Friday, January 11, 2019

ນ້ຳຕົກຕາດຟານ

ນໍ້າຕົກຕາດຟານ ’’
              
   I.     ທີ່ຕັ້ງແລະຂອບເຂດ.

     ນໍ້າຕົກຕາດຟານ ກໍາເນີດມາຈາກສາຍຫ້ວຍບັ້ງລຽງ ແລະ ຫ້ວຍຈິບ ຕັ້ງຢູ່ເຂດບ້ານຫຼັງ38 ກຸ່ມ 3ເມືອງປາກຊ່ອງ,ແຂວງຈຳປາສັກຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນອອກ ປະມານ 12ກິໂລແມັດມີເດີ່ນຮາບພຽງເນື້ອທີ່3.250 ຕາແມັດ ແລະ ມີສາລາຮ້າງ ຫຼັງ (ເຮັດດ້ວຍໄມ້) ແລະ ມີເນື້ອທີ່ສະຫງວນທັງໜົດ 16 ເຮັກຕາກັບ3.250ຕາແມັດ,  ຕາດຟານ  ໄດ້ໃຊ້ເປັນແຫຼ່ງທ່ອງທ່ຽວມາແຕ່ກ່ອນການປົດປ່ອຍ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງບ້ານດັ່ງກ່າວ.
  II.     ປະຫວັດຄວາມເປັນມາຂອງຕາດຟານ.
  ໃນເມື່ອກ່ອນ ເວົ້າລວມ ປະເພດສັດປ່າ;ຟານ  ແມ່ນຫຼາຍກ່ວາສັດອື່ນມັນໄດ້ທ່ຽວຊອກຫາກີນ ແລະໄດ້ໄລ່ຢອກກັນຫຼິ້ນ ຂ້າມໄປ - ມາ ຕາມຫ້ວຍບັງລຽງຫາຫ້ວຍຈິບ (ເບື້ອງຫົວຕາດ) ມີມື້ໜຶ່ງ ເກິີດມີຝົນຕົກແຮງ ເຮັດໃຫ້ນ້ຳໃນຫ້ວຍຫຼາຍ ແລະ ໄຫຼແຮງແຕ່ຟານ  ຍັງຂ້າມໄປມາໃນສາຍຫ້ວຍດັ່ງກ່າວດ້ວຍຄວາມຂາດສະຕິ ຟານໂຕໜຶ່ງ ຖືກນ້ຳພັດຕົກລົງຕາດ ຫົວຟາດໃສ່ກ້ອນຫີນ ແລະ ຕາຍໃນເຂດຕາດແຫ່ງນີ້,ເມື່ອລະດູໃບໄມ້ປົ່ງນັບແຕ່ມື້ນັ້ນມາ ຊາວບ້ານຫຼັກ 38 (ບ້ານຜັກກູດແກ້ວສິງຄຳໃນເມື່ອກ່ອນ) ກໍ່ຄື: ປະຊາຊົນໃນເຂດດັ່ງກ່າວ ຈຶ່ງພາກັນໃສຊື່ ແລະ ເອີ້ນຕາດນີ້
ວ່າ "ຕາດຟານ" ຈົນເທົ່າທຸກວັນນີ້.
 III.      ການເຂົ້າເຖີງ ແລະ ສີ່ງອຳນວຍຄວາມສະດວກ
  ໃນແຕ່ລະປີ ເມື່ອຮອດເດືອນ ປະຊາຊົນໃນບ້ານດັ່ງກ່າວ ເຄີຍຈັດບຸນສະຫຼອງ ຫຼື ບຸນນະມັດສະການປະຈຳປີຂຶ້ນ ເພື່ອບວງສວງສິ່ງສັກສິດໃນບໍ່ລິເວນຕາດຟານ (ຕາມຄວາມເຊື່ອຂອງປະຊາຊົນ) ຕາດຟານ ຕັ້ງຢູ່ທິດໃຕ້ຂອງບ້ານຫຼັກ 38 ໄລຍະຫ່າງປະມານ1ກິໂລແມັດສາມາດນຳພາຫະນະເຂົ້າ-ອອກໄດ້ຢ່າງສະດວສະບາຍ
                      
 ແລະ ທາງດ້ານໃນປະຈຸບັນໄດ້ມີ ການສ້າງສີ່ອໍານວຍຄວາມສະດວກຕ່າງໆ ເຊັ່ນ:ມີຮີສອດ,ມີຈຸດຊົມວີວທີ່ສາມາດເຫັນຕາດຟານເຕັມ.ແລະສີ່ງທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍທີ່ສຸດ ກໍ່ຄືການໃຫ້ບໍລິການຂີ້ສະລີງຜ່ານຫນ້າຜາທີ່ສຸດແສນຈະທ້າທາຍ ແລະ ນ່າຕື່ນເຕັ້ນ ສ້າງຄວາມແປກໃໝ່ ເພາະບໍ່ແມ່ນການຂີ້ສະລີງທຳມະດາ ພວກເຂົາໃຫ້ບໍລິການຂີ້ສະລີງໄປນຳ ແລ້ວດື່ມກາເຟໄປນຳ ຫຼື ນອນເປກາງເວຫາ ເຊີ່ງໃນຕອນນີ້ໄດ້ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວ ແລະ ເປັນທີ່ຮູ້ຈັກຢ່າງຫຼວງຫຼາຍ.
          ນອກຈາກນີ້ ຕາດແຫ່ງນີ້ ນອນໃນປ່າປ້ອງກັນ ກັບແຫຼ່ງນ້ຳ 2.415 ເຮັກຕາ,ເປັນຕາດສູງຊັນ ແລະເປັນເຫວເລິກປະມານ 120 ແມັດ ມີລັກສະນະພິເສດເປັນນ້ຳສອງສາຍຄື: ສາຍຫ້ວຍບັງລຽງ ແລະ ສາຍຫ້ວຍຈິບຕົກໃສ່ຫ້ວຍດຽວກັນ,  ບາງບ່ອນກໍ່ເປັນສວນກະເຟ,  ໝາກແໜ່ງຂອງປະຊາຊົນບ້ານຫຼັກ 40 ນັບແຕ່ປາກນ້ຳຕົກຕາດລົງມາສອງຟາກຝັ່ງ ຍັງເປັນປ່າໄມ້ກົມໄມ້ປ່ອງ ເປັນປ່າເຫວຊັນ ຂື້ນ-ລົງຍາກສ່ວນບ່ອນທີ່ເປັນເນີນຈ້າຍແລະ ບ່ອນທີ່ເປັນຮາບພຽງ ກໍ່ເປັນສວນກະເຟໝາກແໜ່ງ ຂອງປະຊາຊົນບ້ານຫຼັກ 38 ແລະ ບ້ານຫຼັກ 40.

No comments:

Post a Comment

ສວນດອກໄມ້ມົນຕາ ເມືອງປາກຊ່ອງ ແຂວງຈຳປາສັກ

ສວນດອກໄມ້ມົນຕາ ຕັ້ງຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ມີຄວາມອຸດົມສົມບູນເຕັມໄປດ້ວຍຊັບພະຍາກອນທຳມະຊາດ ເປັນສວນດອກໄມ້ເມືອງໜາວຢູ່ເມືອງປາກຊ່ອງ ໃ...