Saturday, January 12, 2019

ສວນດອກໄມ້ມົນຕາ ເມືອງປາກຊ່ອງ ແຂວງຈຳປາສັກ




ສວນດອກໄມ້ມົນຕາ ຕັ້ງຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ມີຄວາມອຸດົມສົມບູນເຕັມໄປດ້ວຍຊັບພະຍາກອນທຳມະຊາດ ເປັນສວນດອກໄມ້ເມືອງໜາວຢູ່ເມືອງປາກຊ່ອງ ໃນສວນມີດອກໄມ້ຫຼາຍຊະນິດ ມີຫຼາຍພັນທີ່ມີຄວາມສວຍງາມທາງພືດພັນນາໆຊະນິດ ໃຫ້ນັກທ່ອງທ່ຽວສາມາດເຂົາມາທ່ຽວຊົມໄດ້.

Friday, January 11, 2019

ນ້ຳຕົກຕາດຟານ

ນໍ້າຕົກຕາດຟານ ’’
              
   I.     ທີ່ຕັ້ງແລະຂອບເຂດ.

     ນໍ້າຕົກຕາດຟານ ກໍາເນີດມາຈາກສາຍຫ້ວຍບັ້ງລຽງ ແລະ ຫ້ວຍຈິບ ຕັ້ງຢູ່ເຂດບ້ານຫຼັງ38 ກຸ່ມ 3ເມືອງປາກຊ່ອງ,ແຂວງຈຳປາສັກຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນອອກ ປະມານ 12ກິໂລແມັດມີເດີ່ນຮາບພຽງເນື້ອທີ່3.250 ຕາແມັດ ແລະ ມີສາລາຮ້າງ ຫຼັງ (ເຮັດດ້ວຍໄມ້) ແລະ ມີເນື້ອທີ່ສະຫງວນທັງໜົດ 16 ເຮັກຕາກັບ3.250ຕາແມັດ,  ຕາດຟານ  ໄດ້ໃຊ້ເປັນແຫຼ່ງທ່ອງທ່ຽວມາແຕ່ກ່ອນການປົດປ່ອຍ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງບ້ານດັ່ງກ່າວ.
  II.     ປະຫວັດຄວາມເປັນມາຂອງຕາດຟານ.
  ໃນເມື່ອກ່ອນ ເວົ້າລວມ ປະເພດສັດປ່າ;ຟານ  ແມ່ນຫຼາຍກ່ວາສັດອື່ນມັນໄດ້ທ່ຽວຊອກຫາກີນ ແລະໄດ້ໄລ່ຢອກກັນຫຼິ້ນ ຂ້າມໄປ - ມາ ຕາມຫ້ວຍບັງລຽງຫາຫ້ວຍຈິບ (ເບື້ອງຫົວຕາດ) ມີມື້ໜຶ່ງ ເກິີດມີຝົນຕົກແຮງ ເຮັດໃຫ້ນ້ຳໃນຫ້ວຍຫຼາຍ ແລະ ໄຫຼແຮງແຕ່ຟານ  ຍັງຂ້າມໄປມາໃນສາຍຫ້ວຍດັ່ງກ່າວດ້ວຍຄວາມຂາດສະຕິ ຟານໂຕໜຶ່ງ ຖືກນ້ຳພັດຕົກລົງຕາດ ຫົວຟາດໃສ່ກ້ອນຫີນ ແລະ ຕາຍໃນເຂດຕາດແຫ່ງນີ້,ເມື່ອລະດູໃບໄມ້ປົ່ງນັບແຕ່ມື້ນັ້ນມາ ຊາວບ້ານຫຼັກ 38 (ບ້ານຜັກກູດແກ້ວສິງຄຳໃນເມື່ອກ່ອນ) ກໍ່ຄື: ປະຊາຊົນໃນເຂດດັ່ງກ່າວ ຈຶ່ງພາກັນໃສຊື່ ແລະ ເອີ້ນຕາດນີ້
ວ່າ "ຕາດຟານ" ຈົນເທົ່າທຸກວັນນີ້.
 III.      ການເຂົ້າເຖີງ ແລະ ສີ່ງອຳນວຍຄວາມສະດວກ
  ໃນແຕ່ລະປີ ເມື່ອຮອດເດືອນ ປະຊາຊົນໃນບ້ານດັ່ງກ່າວ ເຄີຍຈັດບຸນສະຫຼອງ ຫຼື ບຸນນະມັດສະການປະຈຳປີຂຶ້ນ ເພື່ອບວງສວງສິ່ງສັກສິດໃນບໍ່ລິເວນຕາດຟານ (ຕາມຄວາມເຊື່ອຂອງປະຊາຊົນ) ຕາດຟານ ຕັ້ງຢູ່ທິດໃຕ້ຂອງບ້ານຫຼັກ 38 ໄລຍະຫ່າງປະມານ1ກິໂລແມັດສາມາດນຳພາຫະນະເຂົ້າ-ອອກໄດ້ຢ່າງສະດວສະບາຍ
                      
 ແລະ ທາງດ້ານໃນປະຈຸບັນໄດ້ມີ ການສ້າງສີ່ອໍານວຍຄວາມສະດວກຕ່າງໆ ເຊັ່ນ:ມີຮີສອດ,ມີຈຸດຊົມວີວທີ່ສາມາດເຫັນຕາດຟານເຕັມ.ແລະສີ່ງທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍທີ່ສຸດ ກໍ່ຄືການໃຫ້ບໍລິການຂີ້ສະລີງຜ່ານຫນ້າຜາທີ່ສຸດແສນຈະທ້າທາຍ ແລະ ນ່າຕື່ນເຕັ້ນ ສ້າງຄວາມແປກໃໝ່ ເພາະບໍ່ແມ່ນການຂີ້ສະລີງທຳມະດາ ພວກເຂົາໃຫ້ບໍລິການຂີ້ສະລີງໄປນຳ ແລ້ວດື່ມກາເຟໄປນຳ ຫຼື ນອນເປກາງເວຫາ ເຊີ່ງໃນຕອນນີ້ໄດ້ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວ ແລະ ເປັນທີ່ຮູ້ຈັກຢ່າງຫຼວງຫຼາຍ.
          ນອກຈາກນີ້ ຕາດແຫ່ງນີ້ ນອນໃນປ່າປ້ອງກັນ ກັບແຫຼ່ງນ້ຳ 2.415 ເຮັກຕາ,ເປັນຕາດສູງຊັນ ແລະເປັນເຫວເລິກປະມານ 120 ແມັດ ມີລັກສະນະພິເສດເປັນນ້ຳສອງສາຍຄື: ສາຍຫ້ວຍບັງລຽງ ແລະ ສາຍຫ້ວຍຈິບຕົກໃສ່ຫ້ວຍດຽວກັນ,  ບາງບ່ອນກໍ່ເປັນສວນກະເຟ,  ໝາກແໜ່ງຂອງປະຊາຊົນບ້ານຫຼັກ 40 ນັບແຕ່ປາກນ້ຳຕົກຕາດລົງມາສອງຟາກຝັ່ງ ຍັງເປັນປ່າໄມ້ກົມໄມ້ປ່ອງ ເປັນປ່າເຫວຊັນ ຂື້ນ-ລົງຍາກສ່ວນບ່ອນທີ່ເປັນເນີນຈ້າຍແລະ ບ່ອນທີ່ເປັນຮາບພຽງ ກໍ່ເປັນສວນກະເຟໝາກແໜ່ງ ຂອງປະຊາຊົນບ້ານຫຼັກ 38 ແລະ ບ້ານຫຼັກ 40.

ຖ້ຳປູຄຳ ເມືອງວັງວຽງ ແຂວງວຽງຈັນ

ຖ້ຳປູຄຳ ແມ່ນຕັ້ງຢູ່ ເຂດບ້ານນາທອງ ເມືອງວັງ ວຽງ, ຫ່າງຈາກຕົວເມືອງວັງ ວຽງປະມານ 3 ກວ່າກິໂລແມັດ, ເສັ້ນທາງເຂົ້າໄປຫາຖ້ຳດັ່ງກ່າວ ແມ່ນມີຄວາມສະດວກ. ປາກ ຖ້ຳມີຄວາມສູງຈາກໜ້າດິນປະ ມານ 100 ແມັດ, ທາງເຂົ້າຖ້ຳ ຈະມີຂະໜາດນ້ອຍ, ແຕ່ ເມື່ອເຂົ້າ ໄປດ້ານໃນແລ້ວຈະເຫັນວ່າມີ ລັກສະນະເປັນຫ້ອງໂຖງກວ້າງ ຂວາງ, ມີພະປາງນອນ 1 ອົງ. ຢູ່ຕີນຜາດ້ານລຸ່ມຈະມີຫ້ວຍນ້ຳ ໃສເຢັນໄຫລອອກຈາກຮູຜາດ່ັງ ກ່າວ ເຊິ່ງນັກທ່ອງທ່ຽວນິຍົມມາ ຫລິ້ນນ້ຳຢູ່ບ່ອນນີ້ພ້ອມຂີ່ເຊື່ອກ ຫ້ອຍໂຫນຢ່າງມ່ວນຊື່ນ. ມີຄຳ ຊ່າລືກັນວ່າມີ ປູຄຳຜົວ- ເມຍ ຄູ່ ໜຶ່ງອາໄສຢູ່ ໃນຖ້ຳ ແລະ ຖ້າໃຜ ໂຊກດີກໍຈະພົບເຫັນປູຄຳຄູ່ນີ້, ອັນ ເປັນທີ່ມາ ຂອງຊື່ຖ້ຳແຫ່ງນີ້.




ປະຫວັດປະຕູໄຊ

    
ປະຕູໄຊ ແມ່ນອານຸສາວະລີ ປະຕູໄຊ ເຊິ່ງບາງຄົນກໍ່ມັກຮຽກສ້ັນໆວ່າ ປະຕູໄຊ ຫຼື ບາງຜ່ອງກໍ່ວ່າ ອານຸສາວະລີ. ແຕ່ຈະໃຫ້ຖືກແທ້ໆຕ້ອງເອີ້ນວ່າ ອານຸສາວະລີ ປະຕູໄຊ. ສິ່ງກໍ່ສ້າງນີ້ ສ້າງເພື່ອເປັນອານຸສອນ ແກ່ໄຊຊະນະ ຂອງສົງຄາມ ແລະ ເປັນອານຸສອນແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949, ປະຕູໄຊເລີ່ມການກໍ່ສ້າງໃນປີ 1957 ແລະ ສຳເລັດການກໍ່ສ້າງໃນປີ 1968 ໂດຍນຳໃຊ້ທຶນຈາກອາເມລິກາ ທີ່ເບື້ອງຕົ້ນຈະເອົາໄປສ້າງເດີນບິນ ແຕ່ກໍ່ຖືກນຳມາເຮັດອານຸສາວະລີ ລວມມູນຄ່າການກໍ່ສ້າງປະມານ 63 ລ້ານກີບ ໃນຕອນນັ້ນ ແລະ ການອອກແບບໂດຍ ທ້າວ ທຳ ໄຊຍະສິດເສນາ.
ຈາກຮູບແບບການກໍ່ສ້າງແລ້ວ ຮູບຊົງແມ່ນຄ້າຍກັບ Arc de Triomphe ຢູ່ປະເທດຝຣັງ ແລະ ຫຼາຍຄົນກະວ່າແມ່ນ ອ້າຍນ້ອງກັນ, ແມ່ນວ່າຈະມີຮູບຊົງໂຄງສ້າງຄ້າຍກັນ ແຕ່ໃນເລື່ອງລວດລາຍ ແລະ ສະຖາປັດຕະຍະກຳ ແລ້ວ ແມ່ນແຕ້ມແຕ່ງດ້ວຍລວດລາຍຂອງລາວ ເຊັ່ນວ່າຮູບຂອງກິນນາລີ, ຮູບກົບກິນເດືອນ ແລະ ອື່ນໆ.
ອານຸສາວະລີ ປະຕູໄຊ ແມ່ນຈະມີປະຕູໃຫຍ່ທັງສີດ້ານ, ແລະ ປະກອບມີ 7 ຊັ້ນ. ຖ້າຂຶ້ນໄປຮອດຍອດຂອງອານຸສາວະລີ ທ່ານກໍ່ຈະໄດ້ຊື່ມຊົມກັບທີວທັດຄວາມງາມຂອງຕົວເມືອງວຽງຈັນ.

ນ້ຳຕົກຕາດເລາະ ແຂວງສາລະວັນ


   
        ນ້ຳຕົກຕາດເລາະ : ຕັ້ງຢູ່ຫ່າງຈາກຕົວເມືອງສາລະວັນ ມາທາງທິດຕະເວັນຕົກສຽງໃຕ້ ປະມານ 28 ກິໂລແມັດ ຕາດເລາະ ເປັນນ້ຳຕົກທີ່ເກີດຈາກສາຍນ້ຳເຊເຊດໄຫລລັດເລາະຜ່ານຫມູ່ບ້ານລົງສູ່ແອ່ງນ້ຳເບື້ອງລຸ່ມ ຊາວບ້ານຈຶ່ງຮຽກວ່າ ຕາດເລາະ ເປັນນ້ຳຕົກທີ່ໃຊ້ຜະລິດກະແສໄຟຟ້າໃນລາວ ແລະຈຳໜ່າຍກະແສໄຟຟ້າໄປປະເທດໄທ ຕົວນ້ຳຕົກສູງ 10 ແມັດ ຈຸດເດັ່ນຢູ່ທີ່ສາຍນ້ຳທີ່ໄຫລຜ່ານຊັ້ນຂອງຕົວນ້ຳຕົກຫລຸດຫລັ່ນລົງສູ່ແອ່ງນ້ຳໃຫຍ່ ສາມາດຫລິ້ນນ້ຳໄດ້ມີຈຸດນັ່ງຊົມວິວທິວທັດ ແລະ ສາມາດຍ່າງເຂົ້າໄປຊົມນ້ຳຕົກຈາດລັງ ຊຶ່ງຢູ່ດ້ານເທິງຂອງນ້ຳຕົກຕາດເລາະໄດ້ ບໍລິເວນນີ້ມີທີ່ພັກຫລາຍແຫ່ງໄວ້ໃຫ້ບໍລິການຈະເປີດໃນຮູບແບບຂອງເຮືອນພັກທີ່ຕົກແຕ່ງແບບລຽບງ່າຍ ເຊັ່ນ Sayse Tad Lo Guesthouse & Resort ເປັນຣີສອດ ທີ່ສວຍງາມຫລາຍ

ທົ່ງໄຫຫີນ ແຂວງຊຽງແຂວງ



         
          ທົ່ງໄຫຫີນ ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ຊາວບ້ານໄປພົບເຂົ້າລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫເຮັດດ້ວຍຫີນຊາຍນີ້ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນ ເຂດເມືອງໂພນສະຫວັນ ແລະ ຍັງມີບ່ອນອື່ນໆອີກ. ໃນແຂວງຊຽງຂວາງ ອີກຫລາຍແຫ່ງນຳກັນ ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງຮອຍການເກືອກລາກມາຈາກບ່ອນອື່ນ ບາງໄຫ ມີລັກສະນະ ແກະສະຫຼັກຍັງບໍ່ສຳເລັດກໍມີ ນອກຈາກນີ້ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນເຄື່ອງຢືນຢັນການໃຊ້ຫີນໃນພິທີຝັງສົບໄດ້ຢ່າງດີສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະນະປະກອບພິທີ. ອ້ອມຮອບໄຫຫີນພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບສຳລິດຂອງວຽດນາມ ຈຶ່ງພໍຈະຄາດເດົາໄດ້ວ່າ ຊົນເຜົ່າ ທີ່ສ້າງໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າຂາຍໄປທົ່ວພູມີພາກແຖວນີ້ດ້ວຍ ນັກບູຮານຄະດີລຸ້ນຫລັງໆ ລົງຄວາມເຫັນວ່າ ເຈົ້າຂອງອາລິຍະທຳນີ້ ອາດຈະເປັນຝີມືຂອງພວກຈາມໃນຫວຽດນາມ ທີ່ຫລົ່ມສະຫລາຍໄປແລ້ວ ຫລື ເປັນຝີມືຂອງຊາວລາວເທີງ ທີ່ອາໄສຢູ່ໃນແຂວງອັດຕະປື ທາງທິດຕະເວັນອອກສຽງໃຕ້ ຂອງປະເທດລາວ ຕິດກັບຊາຍແດນປະເທດກຳປູເຈຍ ສຳລັບທົ່ງໄຫຫີນນີ້ ຖະໜົນເຂົ້າເຖິງສະດວກ ໃນເຂດໂພນສະຫວັນ ແຂວງຊຽງຂວາງ ຊຶ່ງທາງລັດຖະບານ ໄດ້ເກັບກູ້ລະເບີດອອກໝົດແລ້ວ ທຸ່ງໄຫຫີນ ມີຢູ່ສາມກຸ່ມນຳກັນຄື:
  • ກຸ່ມທີ່ 1 ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນທາງທິດຕະເວັນອອກສຽງໃຕ້ ໄປທາງເມືອງຄູນ ເມືອງຫລວງເກົ່າ ໄລຍະທາງປະມານ 7.5 ກິໂລແມັດ ມີໄຫຫີນກະຈັດກະຈາຍ ຢູ່ໃນທົ່ງຫຍ້າປະມານ 200 ໜ່ວຍ ແລະ ມີຂະໜາດໃຫຍ່ກວ່າໃນກຸ່ມອື່ນໆ ໜ່ວຍໃຫຍ່ທີ່ສຸດຕັ້ງຢູ່ໂນນພູທາງດ້ານຂວາມື ປາກໄຫຫັນໜ້າໄປທາງສະຫນາມບິນທົ່ງໄຫຫີນ ບໍລິເວນທີ່ຕັ້ງໄຫຫີນນີ້ເປັນຈຸດຊົມວິວທີ່ສວຍງາມອີກແຫ່ງໜຶ່ງເພາະສາມາດເບິ່ງເຫັນສະໜາມບິນທົ່ງໄຫຫິນ ກອງບັນຊາການກອງທັບອາກາດລາວ ຕົວເມືອງໂພນສະຫວັນ ສ່ວນທາງດ້ານຂວາມືຈະມີຂັ້ນໄດປູນ ຍ່າງລົງໄປຍັງທົ່ງໄຫຫີນອີກຈຸດໜຶ່ງ ຊຶ່ງມີຫລາຍກວ່າໃນຈຸດຊົມວິວແຫ່ງນີ້ ຈາກຈຸດຊົມວິວໄປທາງຊ້າຍມືຈະເຫັນໄຫຫີນ ຈຳນວນນັບສິບໆໜ່ວຍ ວາງລຽງລາຍຢູ່ເຕັມທົ່ງຫຍ້າ ຖັດມາທາງດ້ານຊ້າຍມືຂອງທົ່ງໄຫຫີນ ຈະພົບຖ້ຳແຫ່ງໜຶ່ງ ມີແສງແດດສາດສ່ອງລົງມາ ພາຍໃນຖ້ຳມີລັກສະນະ ເປັນປ່ອງມີຄວາມສູງປະມານ 60 ແມັດ ລັກສະນະພາຍໃນຖ້ຳບໍ່ເລິກປານໃດ ສາມາດບັນຈຸຄົນໄດ້ 50-60 ຄົນ ຖ້ຳແຫ່ງນີ້ເຄີຍໃຊ້ເປັນທີ່ຫລົບໄພສົງຄາມຂອງຊາວເມືອງຊຽງຂວາງ ຍາມເມື່ອເຮືອບິນ ມາຖິ້ມລະເບີດ ພ້ອມກັບໃຊ້ເປັນຄັງເກັບອາວຸດ ແລະ ເຊື້ອເພີງ ເມື່ອສົງຄາມອິນດູຈີນທີ່ຜ່ານມາ ບໍລິເວນໂດຍຮອບທົ່ງໄຫຫີນເທິງຈຸດຊົມວິວ ຈະພົບຮ່ອງຮອຍການຂຸດເປັນເດີ່ນ ເປັນແນວຍາວເພື່ອປ້ອງກັນການໂຈມຕີທາງອາກາດ ແລະ ຂຸມຫຼົບລະເບີດຂະໜາດໃຫຍ່ຫລາຍຂຸມ ຕະຫລອດຈົນຮ່ອງຮອຍທີ່ໄຫຫີນແຕກກະຈາຍອັນເປັນຜົນມາຈາກຝູງເຮືອບິນ ບີ 52 ຂອງອະເມຣິກາ
  • ກຸ່ມທີ່ 2 ຄືກຸ່ມໄຫຫີນພູສະລາໂຕ ຢູ່ຖັດມາຈາກເມືອງໂພນສະຫວັນລົງມາທາງທິດໃຕ້ ປະມານ 25 ກິໂລແມັດ ຄອບຄຸມພື້ນທີ່ໂນນພູສອງໜ່ວຍ ຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນທົ່ງຫຍ້າປະມານ 94 ໜ່ວຍ.
  • ກຸ່ມທີ່ 3 ກຸ່ມໄຫຫີນລາດຄ່າຍ ຢູ່ຖັດລົງມາຈາກກຸ່ມໄຫຫີນພູສະລາໂຕ ປະມານ 10 ກິໂລແມັດ ປະກອບດ້ວຍໄຫຫີນປະມານ 150 ໜ່ວຍ ກະຈາຍຢູ່ເທິງໂນນພູໜ່ວຍນ້ອຍ ເບິ່ງລົງມາເຫັນວິວ ທົ່ງຮາບ ຂອງທ້ອງທົ່ງທ້ອງນາຂອງ ບ້ານຊຽງດີ ຊຶ່ງຢູ່ເທິງໂນນພູໜ່ວຍຕໍ່ໄປ ໄດ້ຢ່າງຊັດເຈນ
ສະຖານທີ່ຕັ້ງ ຫ່າງຈາກເມືອງໂພນສະຫະຫວັນເມືອງຫລວງໃໝ່ ຂອງແຂວງຊຽງຂວາງປະມານ 5 ກິໂລແມັດ

ຕາດເສັດ ເມືອງວາປີ


    ຕາດເສັດເມືອງວ່າປີ ແມ່ນເປັນອີກສະຖານທີ່ທ່ອງທ່ຽວແຫ່ງໜື່ງທີ່ມີຄວາມສວຍສົດງົດງາມທາງດ້ານທີວທັດທຳມະຊາດ ທີ່ອຸດົມສົມບູນ, ປ່າໄມ້ຂຽວງາມອຸ່ມທຸ່ມ ແລະອາກາດດີຫຼາຍແລະ ເປັນສະຖານທີ່ຜູ້ຄົນນິຍົມໄປທ່ຽວຊົມທີ່ຫຼາກຫຼາຍ ໂດຍສະເພາະໃນຊ່ວງເທດສະການບຸນປີໃຫມ່ລາວ.

ສວນດອກໄມ້ມົນຕາ ເມືອງປາກຊ່ອງ ແຂວງຈຳປາສັກ

ສວນດອກໄມ້ມົນຕາ ຕັ້ງຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ມີຄວາມອຸດົມສົມບູນເຕັມໄປດ້ວຍຊັບພະຍາກອນທຳມະຊາດ ເປັນສວນດອກໄມ້ເມືອງໜາວຢູ່ເມືອງປາກຊ່ອງ ໃ...